ໂຮງແຮມທີ່ອະນຸຍາດໃຫ້ນຳສັດລ້ຽງເຂົ້າພັກໄດ້

ຍິນດີຕ້ອນຮັບໂຮງແຮມ ເຊັນທາຣາ ອຸຸດອນ, ບ່ອນທີ່ສັດທຸກຕົວຄືສະມາຊິກໃນຄອບຄົວ!

ທີ່ໂຮງແຮມ ເຊັນທາຣາ ອຸດອນ, ພວກເຮົາເຂົ້າໃຈວ່າ ເພື່ອນຂົນປຸຍຂອງທ່ານເປັນສ່ວນສຳຄັນຂອງຄອບຄົວຂອງທ່ານ ແລະ ພວກເຮົາເຊື່ອວ່າບໍ່ຄວນປ່ອຍສັດລ້ຽງໄວ້ຂ້າງຫຼັງ. ໂຮງແຮມຂອງພວກເຮົາຍິນດີຕ້ອນຮັບສັດລ້ຽງທຸກຂະໜາດ, ທຸກສາຍພັນ ແລະ ທຸກນ້ຳໜັກ, ໂດຍບໍ່ມີຂໍ້ຈຳກັດເລື່ອງຂະໜາດ. ສັດລ້ຽງສີ່ຂາຂອງທ່ານບໍ່ພຽງແຕ່ໄດ້ຮັບການຍອມຮັບເທົ່ານັ້ນ; ແຕ່ຍັງໄດ້ຮັບການຍອມຮັບກັບເປັນແຂກຄົນສຳຄັນອີກດ້ວຍ.

 

Wuff & Munch, ສະຫວັນຂອງສັດລ້ຽງ ພ້ອມພື້ນທີ່ຮັບປະທານອາຫານທທັງໃນຮົ່ມ ແລະ ກາງແຈ້ງ:

ມາສຳຜັດປະສົບການຮັບປະທານອາຫານກັບສັດລ້ຽງຂອງທ່ານໄດືທີ່ Wuff &ampຂອງພວກເຮົາ; ຮ້ານຄາເຟ & ຮ້ານອາຫານ Munch ທີ່ເປັນມິດຕໍ່ສັດລ້ຽງທັງໃນຮົ່ມ ແລະ ກາງແຈ້ງ. ພວກເຮົາກະກຽມພື້ນທີ່ທີ່ອົບອຸ່ນເປັນກັນເອງ ເພື່ອໃຫ້ທ່ານ ແລະ ສັດລ້ຽງຂອງທ່ານໄດ້ເພີດເພີນກັບອາຫານທີ່ໜ້າແຊບຮ່ວມກັນ. ຕົວເລືອກການຮັບປະທານອາາຫານທີ່ເປັນມິດຕໍ່ສັດລ້ຽງຂອງພວກເຮົາຊ່ວຍໃຫ້ເພື່ອຂົນຟູຂອງທ່ານໄດ້ຮັບຄວາມສະດວກກສະບາຍ ແລະ ໄດ້ຮັບການດູແລເອົາໃຈໃສ່ເປັນຢ່າງດີເຊັ່ນດຽວກັບທ່ານ.

 

ເດີນທາງໂດຍບໍ່ຕ້ອງກັງວົນ:

ບໍ່ຕ້ອງປ່ອຍສັດລ້ຽງຂອງທ່ານໄວ້ຂ້າງຫຼັງ ເມື່ອທ່ານອອກປະຈົນໄພຄັ້ງຕໍ່ໄປ. ຢູ່ທີ່ໂຮງແຮມ ເຊັນທາຣາ ອຸດອນ, ພວກເຮົາສະໜັບສະໜູນໃຫ້ທ່ານເດີນທາງພ້ອມມກັບສັດລ້ຽງທີ່ທ່ານຮັກ, ເພື່ອເຮັດໃຫ້ການເດີນທາງຂອງທ່ານມີຄວາມສົມບູນແບບຍິ່ງຂຶ້ນ. ທີ່ພັກ ແລະ ຮ້ານອາຫານທີ່ເປັນມິດຕໍ່ສັດລ້ຽງຂອງພວກເຮົາຖືກອອກແບບເພື່ອມອບຄວາມຮູ້ສຶກເໝືອນຢູ່ເຮືອນໃຫ້ກັບທັງທ່ານ ແລະ ສັດລ້ຽງທີ່ແສນຮັກຂອງທ່ານ.

 

ອັດຕາການບໍລິການສຳລັບສັດລ້ຽງໃນລາຄາປະຢັດ:

ພວກເຮົາເຊື່ອວ່າທຸກຄົນຄວນໄດ້ຮັບໂອກາດໄດ້ສຳຜັດກັບຄວາມສຸກຂອງການເດີນທາງກັບສັດລ້ຽງຂອງເຂົາເຈົ້າ. ເພາະສະນັ້ນ ພວກເຮົາຈຶ່ງມອບສະພາບແວດລ້ອມທີ່ເປັນມິດກັບສັດລ້ຽງພ້ອມກັບຄ່າບໍລິການທີ່ຕ່ຳຢ່າງເຫຼືອເຊື່ອພຽງ 500 ບາດຕໍ່ຕົວຕໍ່ຄືນ. ຫາກທ່ານເດີນທາງພ້ອມກັບສັດລ້ຽງສອງຕົວ, ຄ່າບໍລິການຈະຢູ່ພຽງແຕ່ 600 ບາດຕໍ່ຄືນ (ສູງສຸດ 2 ຕົວຕໍ່ຫ້ອງ). ພວກເຮົາມຸ້ງໝັ້ນທີ່ຈະເຮັດໃຫ້ການເຂົ້າພັກຂອງທ່ານເປັນມິດກັບງົບປະມານ, ເພື່ອເຮັດໃຫ້ທ່ານສາມາດສ້າງຄວາມຊົງຈຳທີ່ຢັ້ງຢືນກັບສັດລ້ຽງຂອງທ່ານໄດ້ໂດຍບໍ່ຕ້ອງເສຍເງິນຫຼາຍ.

 

ການເດີນທາງພັກຜ່ອນສຸດພິເສດໃນໃຈກາງອີສານ:

ສຳຜັດສະເໜຂອງອີສານກັບສັດລ້ຽງຂອງທ່ານ ແລະ ເລີ່ມຕົ້ນການເດີນທາງພັກຜ່ອນສຸດພິເສດທີ່ບໍ່ເໝືອນຄົນອື່ນ. ພາກຕາເວັນອອກສ່ຽງເໜືອຂອງປະເພດໄທມີພູເຂົາທີ່ສວຍງາມ ແລະ ສະຖານທີ່ທ່ອງທ່ຽວທີ່ໜ້າດຶງດູດໃຈທີ່ເໝາະຢ່າງຍິ່ງສຳລັບການສຳຫຼວດກັບເພື່ອນສີ່ຂາດຂອງທ່ານ. ດື່ມດຳກັບຄວາມງົດງາມຂອງສະພາບແວດລ້ອມ ແລະ ສ້າງຊ່ວງເວລາທີ່ໜ້າຈົດຈຳຮ່ວມກັນ.

 

ທີ່ພັກທີ່ດີສຳລັບສັດລ້ຽງຂອງທ່ານ:

ໂຮງແຮມ ເຊັນທາຣາ ອຸດອນ ບໍ່ເປັນພຽງສະຖານທີ່ພັກເທົ່ານັ້ນ; ມັນຍັງເປັນສະຫວັນສຳລັບຄົນຮັກສັດອີກດ້ວຍ. ພວກເຮົາໃສ່ໃຈໃນທຸກລາຍລະອຽດເພື່ອໃຫ້ແນ່ໃຈວ່າສັດລ້ຽງຂອງທ່ານຮູ້ສຶກໄດ້ຮັບການຕ້ອນຮັບຢ່າງອົບອຸ່ນເຊັ່ນດຽວກັນກັບທ່ານ. ຈອງທີ່ພັກຂອງທ່ານດຽວນີ້ ແລະ ດື່ມດຳກັບປະສົບການການທ່ອງທ່ຽວທີ່ສຸດພິເສດ, ບ່ອນຊຶ່ງສິ່ງມະຫັດສະຈັນຂອງພາກຕາເວັນອອກສ່ຽງເໜືອຂອງປະເທດໄທລໍຖ້າທ່ານ ແລະ ສັດລ້ຽງຂອງທ່ານຢູ່.

ມາຮ່ວມພັກຜ່ອນກັບພວກເຮົາໄດ້ທີ່ ເຊັນທາຣາ ອຸດອນ – ເພາະສັດລ້ຽງທຸກຕົວສົມຄວນໄດ້ຮັບວັນຢຸດພັກຜ່ອນກັບທ່ານ!

Select language and currency

Close